ກ່ອນອື່ນເຮົາມາຮູ້ຈັກກັນກັບໄຂ້ເຫຼືອງກ່ອນວ່າແມ່ນຫຍັງ? ເກີດມາຈາກໃສ? ມາໄດ້ແບບໃດ? ໄຂ້ເຫຼືອງ ເປັນພະຍາດຕິດເຊື້ອໄວຣັສຊະນິດໜື່ງທີ່ມີຍຸງເປັນພາຫະນຳເຊື້ອ ການທີ່ເອີ້ນວ່າ " ໄຂ້ເຫຼືອງ " ກໍຍ້ອນວ່າຄົນເຈັບທີ່ຕິດເຊື້ອຈະມີໄຂ້ ແລະ ມີອາການຕົນໂຕເຫຼືອງ ແຜນທີ່ເຂດປະເທດທີ່ເຮົາຄວນຊັກຢາກັນໄຂ້ເຫຼືອງກ່ອນໄປ (ຂອບເຂດທີ່ຂີດສີເຫຼືອງ) ພະຍາດຊະນິດນີ້ແມ່ນມີຢູ່ໃນນຳ້ລາຍຂອງຍຸງ ເຊີ່ງເຫັນມີບອກມາວ່າແມ່ນຍຸງຊະນິດ aedes aegypti ເປັນພາຫະນຳເຊື້ອ (ຊື່ພາສາລາວແມ່ນຫຍັງບໍ່ຮູ້ XD) ຍຸງຊະນິດ aedes aegypti - ຂອບໃຈຮູບຈາກ google ພະຍາດໄຂ້ເຫຼືອງນີ້ຈະພົບໄດ້ຫຼາຍໃນ ທະວີບອາຟຣິກາ ແລະ ທະວີບອາເມລິກາໃຕ້, ບໍ່ມີຢາຮັກສາສະເພາະ ແຕ່ມີຢາສັກປ້ອງກັນພະຍາດນີ້ໄດ້ ກໍຄື Yellow Fever Vaccine ຕາມທີ່ໄດ້ເຫັນ ແລະ ອ່ານຂ່າວມາ ຮູ້ສຶກວ່າ ພະຍາດໄຂ້ເຫຼືອງນີ້ແມ່ນມີຕົ້ນກຳເນີດຢູ່ທະວີບອາຟຣິກາ ມາເປັນເວລາຫຼາຍກວ່າ 3,000 ປີແລ້ວ ແລະ ພະຍາດນີ້ໄດ້ແຜ່ລະບາດເຂົ້າໃນປະເທດອາເມລິກາປະມານ 200 ປີກ່ອນ ນອກນັ້ນຍັງແຜ່ລະບາດເຂົ້າໃນທະວີບອາເມລິກາໃຕ້ໃນຊ່ວງທີ່ມີການຄຸດຄອງນ້ຳ ປານາມາ ( Panama Canal ) …
Continue reading "ຢູ່ລາວສັກຢາກັນພະຍາໄຂ້ເຫຼືອງໄດ້ຢູ່ໃສ – Yellow Fever Vaccination"