ກ່ອນອື່ນເຮົາມາຮູ້ຈັກກັນກັບໄຂ້ເຫຼືອງກ່ອນວ່າແມ່ນຫຍັງ? ເກີດມາຈາກໃສ? ມາໄດ້ແບບໃດ?
ໄຂ້ເຫຼືອງ ເປັນພະຍາດຕິດເຊື້ອໄວຣັສຊະນິດໜື່ງທີ່ມີຍຸງເປັນພາຫະນຳເຊື້ອ ການທີ່ເອີ້ນວ່າ ” ໄຂ້ເຫຼືອງ ” ກໍຍ້ອນວ່າຄົນເຈັບທີ່ຕິດເຊື້ອຈະມີໄຂ້ ແລະ ມີອາການຕົນໂຕເຫຼືອງ

ພະຍາດຊະນິດນີ້ແມ່ນມີຢູ່ໃນນຳ້ລາຍຂອງຍຸງ ເຊີ່ງເຫັນມີບອກມາວ່າແມ່ນຍຸງຊະນິດ aedes aegypti ເປັນພາຫະນຳເຊື້ອ (ຊື່ພາສາລາວແມ່ນຫຍັງບໍ່ຮູ້ XD)

ພະຍາດໄຂ້ເຫຼືອງນີ້ຈະພົບໄດ້ຫຼາຍໃນ ທະວີບອາຟຣິກາ ແລະ ທະວີບອາເມລິກາໃຕ້, ບໍ່ມີຢາຮັກສາສະເພາະ ແຕ່ມີຢາສັກປ້ອງກັນພະຍາດນີ້ໄດ້ ກໍຄື Yellow Fever Vaccine
ຕາມທີ່ໄດ້ເຫັນ ແລະ ອ່ານຂ່າວມາ ຮູ້ສຶກວ່າ ພະຍາດໄຂ້ເຫຼືອງນີ້ແມ່ນມີຕົ້ນກຳເນີດຢູ່ທະວີບອາຟຣິກາ ມາເປັນເວລາຫຼາຍກວ່າ 3,000 ປີແລ້ວ ແລະ ພະຍາດນີ້ໄດ້ແຜ່ລະບາດເຂົ້າໃນປະເທດອາເມລິກາປະມານ 200 ປີກ່ອນ ນອກນັ້ນຍັງແຜ່ລະບາດເຂົ້າໃນທະວີບອາເມລິກາໃຕ້ໃນຊ່ວງທີ່ມີການຄຸດຄອງນ້ຳ ປານາມາ ( Panama Canal ) ເຮັດໃຫ້ມີຜູ້ເສຍຊີວິດເຖິງ 20,000 ຄົນ ( ຈາກພະຍາດໄຂ້ເຫຼືອງ ແລະ ມາລາເລຍ )
ແຕ່ຫຼັງຈາກມີການຄິດຄົ້ນຢາປ້ອງກັນເຊື້ອພະຍາດໂຕນີ້ ໃນປະເທດອາເມລິກາກໍ່ບໍ່ຄ່ອຍພົບເຫັນຄົນເຈັບຈາກພະຍາດນີ້ແລ້ວ ເເຕ່ເຖີງຢ່າງໃດກໍຕາມ ໃນທະວີບອາເມລິກາໃຕ້ ແລະ ທະວີບອາຟຣິກາກະຍັງມີການພົບເຫັນຄົນເຈັບຈາກພະຍາດນີ້ຈຳນວນຫຼາຍເຖິງ 200,000ຄົນ/ປີ ເເລະ ມີອັດຕາເສຍຊີວິດເຖິງ 30,000 ຄົນ/ປີ

ເອົາລະ ຮູ້ໄປໜ້ອຍໜື່ງກ່ຽວກັບພະຍາດນີ້ແລ້ວ ເຮົາມາເບີ່ງກັນວ່າ ຖ້າເຮົາຢາກເດີນທາງໄປເຂດທີ່ຕ້ອງໄດ້ສັກຢານີ້ ເຮົາຈະໄປສັກໄດ້ຢູ່ໃສກັນ ເຊີ່ງໂຕເເອັດມິນເອງກໍໄປສັກມາແລ້ວຢູ່ບ່ອນນີ້:
• ຢາວັກຊີນປ້ອງກັນພະຍາດໄຂ້ເຫຼືອງສາມາດເຂົ້າໄປສັກໄດ້ຢູ່ UN House Laos – UN Clinic

• ຄ່າໃຊ້ຈ່າຍໃນການສັກຢາແມ່ນ 450,000ກີບ (ສາມາດຈ່າຍເປັນເງີນ ກີບ ເງີນໂດລ້າໄດ້ ແລະ ມີ OnePay ພ້ອມຖ້າຈື່ບໍ່ຜິດ ສະດວກສຳ່ໃດ ຖາມໃຈເບີ່ງງງ)
• ການສັກຢາແມ່ນສາມາດຕິດຕໍ່ສອບຖາມເພີ່ນໄດ້ທີ່ເບີໂທ: +856 21 267 777 (ໂທເຂົ້າໄປແລ້ວຂໍຕໍ່ສາຍຄຣີນິກຂອງສະຫະປະຊາຊາດຢູ່ລາວ) ຫຼື Email: Vannasin.pouthapan@one.un.org
• ການສັກຢາກ່ອນເດີນທາງແມ່ນໃຫ້ຖາມສະຖານທູດຂອງປະເທດເຮົາຈະເຂົ້າໄປນັ້ນວ່າຄວນສັກໂຕໃດແນ່ນອກຈາກວັກຊີນກັນໄຂ້ເຫຼືອງ (ຖ້າຈຳເປັນ)
• ການຊັກວັກຊີນຄວນສັກກ່ອນເດີນທາງ 10 ມື້ ເພື່ອໃຫ້ຮ່າງກາຍໄດ້ຊືມຊັບ ເເລະ ສ້າງລະບົບພູມຄຸ້ມກັນກ່ອນ
• ຫຼັງຈາກສັກວັກຊີນເເລ້ວເຮົາຈະໄດ້ປື້ມເຫຼືອງຫົວນີ້ມານຳ ໃຫ້ເກັບຮັກສາໄວ້ໃຫ້ດີ ແລະ ສຳເນົາກ໋ອປປີ້ໄວ້ສຳຮອງໃນກໍລະນີທີ່ປື້ມເສຍ ເພາະຖ້າເສຍແລ້ວບາງປະເທດຈະບໍ່ໃຫ້ເຂົ້າ ຫຼື ປ່ອຍອອກຈາກປະເທດເຂົາເຈົ້າເດັດຂາດ.
•ໃນກໍລະນີຖ້າປື້ມເຫຼືອງເສຍແມ່ນໃຫ້ຕິດຕໍ່ຫາທ່ານໝໍທີ່ໄດ້ສັກຢາໃຫ້ເຮົາແລ້ວໃຫ້ເພີ່ນເຮັດຫົວໃໝ່ໃຫ້ແລ້ວສົ່ງໃຫ້ທາງອີເມວ.

• ຢາທີ່ເຮົາສັກໄປແລ້ວໃຫ້ເກັບກຳຂໍ້ມູນ ລ໋ອດຂອງຢາ ເຊັ່ນ Lot.567 Russia. ໂຕນີ້ແມ່ນສຳຄັນໃນກໍລະນີທີ່ມີຄົນແພ້ຢາ ທ່ານໝໍສາມາດກວດກາຄືນໄດ້ວ່າຢານັ້ນມາຈາກປະເທດໃດ ຜະລິດຊຸດທີເທົ່າໃດ ແລະ ເຮັດການວິໄຈໃຫ້ວ່າເເມ່ນຫຍັງເປັນປັດໃຈໃຫ້ເຮົາແພ້ຢາໂຕນັ້ນ.. ແຕ່ສ່ວນຫຼາຍຄົນທີ່ໄປສັກຈະບໍ່ແພ້ເລີຍ ປະມານ 1 ໃນຫຼາຍລ້ານຖ້າຈະແພ້.

ນີ້ແມ່ນໜ້າຕາພາຍໃນປື້ມ Yellow Vaccine ຂອງແອັດມິນທີ່ໄປສັກຢາມາ



•ຕອນສັກຢາແມ່ນໃຫ້ຖື Passport ໄປນຳເພາະທ່ານໝໍຕ້ອງລົງລາຍລະອຽດຕາມ Passport ເດີນທາງນັ້ນ

• ວັກຊີນໂຕນີ້ ຫຼັງຈາກຊັກແລ້ວອາຍຸການໃຊ້ງານຂອງຢາແມ່ນສາມາດຢູ່ໄດ້ເປັນເວລາ 10 ປີ
• ຖ້າຮູ້ສຶກເມື່ອຍອ່ອນເພຍຄວນພັກຜ່ອນກ່ອນໃຫ້ເເຂງແຮງແລ້ວຈັ່ງໄປສັກ
• ເດັກນ້ອຍອາຍຸຕ່ຳກ່ອນ 6ເດືອນ ຫຼື ຜູ້ເຖົ້າສູງໄວຄວນປຶກສາທ່ານໝໍກ່ອນສັກເພາະເປັນກຸ່ມສ່ຽງ
• ຜູ້ຍິງຖືພາບໍ່ຄວນສັກຢາໂຕນີ້ເດັດຂາດ
• ໃນວັກຊີນຈະມີໄຂ່ເປັນສ່ວນຜະສົມຖ້າໃຜແພ້ໄຂ່ຄວນປຶກສາທ່ານໝໍຕື່ມ
ຂໍ້ມູນຂ້າງເທີງນີ້ແມ່ນອ້າງອີງຈາກປະສົບການໂຕເອງທີ່ໄປພົບພໍ້ມາ ກ່ອນຈະໄປສັກຢາດີແທ້ແມ່ນເຮົາຄວນປຶກສາທ່ານໝໍຕື່ມເດີ້