ປະເທດອາຟຣິກາໃຕ້ 🇿🇦 ຄົນລາວຢາກຂໍວີຊ້າ ຕ້ອງເຮັດແບບໃດ?

ປະເທດອາຟຣິກາໃຕ້ 🇿🇦 ເປັນໜື່ງໃນບັນດາປະເທດໃນທະວີບອາຟຣິກາ ທີ່ນັກເດີນທາງຫຼາຍໆຄົນຈາກຫຼາຍຫຼາຍມຸມໂລກຢາກໄປ ດ້ວຍຄວາມທີ່ເປັນເອກະລັກທາງດ້ານວັດທະນະທຳ, ມີມົນສະເໜ່ທາງດ້ານທຳມະຊາດ ທັງມີປະຫວັດສາດ ເລື່ອງລາວການຕໍ່ສູ້ເພື່ອສິດທິລະຫວ່າງຄົນຜິວສີເຊີ່ງເປັນເຈົ້າຂອງປະເທດ ແລະ ຄົນຕ່າງຊາດທີ່ມາຕັ້ງຫຼັກແຫຼ່ງຢູ່ໃນອາຟຣິກາໃຕ້ເອງ

ເຊີ່ງມັນອາດຈະເປັນເລື່ອງງ່າຍສຳຫຼັບນັກທ່ອງທ່ຽວຕ່າງປະເທດທີ່ Passport ຂອງເຂົາເຈົ້າອະນຸຍາດໃຫ້ເດີນທາງເຂົ້າໄປໃນອາຟຣິກາໄດ້ແບບເສລີໂດຍບໍ່ຕ້ອງຂໍ Visa ແລະ ເປັນເວລາດົນເຖິງ 30 ຫາ 90ມື້

ແຕ່ສຳຫຼັບ ຄົນລາວ ທີ່ຖື Passport ລາວ ທີ່ອະນຸຍາດໃຫ້ເຂົ້າປະເທດອື່ນໄດ້ເເບບບໍ່ໃຊ້ Visa ພຽງແຕ່ 18 ປະເທດເທົ່ານັ້ນ! ເເລ້ວເຮົາຈະຂໍວີຊ້າເຂົ້າປະເທດອາຟຣິກາໃຕ້ໄດ້ແບບໃດ?

ມື້ນີ້ One life, spend it wise ຈະມາແບ່ງປັນປະສົບການ ການຂໍວີຊ້າເຂົ້າປະເທດອາຟຣິກາໃຕ້ ແບບ Single Entry Visa for Tourist – ວີຊ້າເຂົ້າຄັ້ງດຽວແບບນັກທ່ອງທ່ຽວ ຈະເປັນແບບໃດມາລອງເບີ່ງໄປນຳກັນເນາະທຸກຄົນ~

ການຂໍວີຊ້າເຂົ້າປະເທດອາຟຣິກາໃຕ້ງ່າຍໜ້ອຍດຽວ (ຂໍບອກໄວ້ເລີຍວ່າງ່າຍໜ້ອຍດຽວແທ້ໆ😅 ເຫຼືອນັ້ນຈະເປັນຫຍຸ້ງໆ) ພຽງແຕ່ກຽມສີ່ງເລົ່ານີ້ໃຫ້ຄົບກໍຍື່ນເອກະສານໄດ້ !

1. ພາສປ໋ອດຫົວເເທ້ – Passport ຂອງຜູ້ທີ່ຈະສະໝັກຂໍວີຊ້າ ທີ່ມີອາຍຸຫຼາຍກວ່າ 6 ເດືອນກ່ອນໝົດອາຍຸ, ມີໜ້າຫວ່າງທີ່ບໍ່ທັນນຳໃຊ້ຫຼາຍກວ່າ 2 ໜ້າ ແລະ ພາສປ໋ອດຕ້ອງຢູ່ໃນສະພາບດີ.

Passport ເຂົາເອງງງ

2. ແບບຟອມໃນເວັບໄຊ້ຂອງສະຖານທູດເລກລະຫັດ DHA-84 ພ້ອມດ້ວຍລາຍເຊັນຂອງຜູ້ສະໝັກ ( ດາວໂລດໄດ້ທີ່ເວັບໄຊ້: http://www.dirco.gov.za/bangkok/ )

ແບບຟອມຂອງສະຖານທູດ ທັງໝົດຈະມີ 6 ໜ້າ

3. ຮູບຖ່າຍຂອງຜູ້ສະໝັກຂະໜາດ 35mm x 45 mm 1ໃບ – ແຕ່ໃຫ້ 2 ໃບໄປໂລດເຮົາບໍ່ແມ່ນຄົນຂີ້ຖີ່.

35mm x 45mm ໃຫ້ 2 ໃບໄປໂລດເຮົາບໍ່ແມ່ນຄົນຂີ້ຖີ່

4. ຄ່າສະໝັກວີຊ້າເປັນສະກຸນເງິນໄທ 1,154.00 ບາດ ( ເພາະແອັດມິນສະໝັກຜ່ານສະຖານທູດໄທເລີຍຕ້ອງຈ່າຍຕາມສະກຸນເງິນທີ່ເຂົາເຈົ້າຮັບ )

ປລ. ຄ່າສະໝັກວີຊ້າຈ່າຍຜ່ານທະນາຄານບາງກອກໃນປະເທດໄທ ເທົ່ານັ້ນ

ຊື່ບັນຊີ: SOUTH AFRICAN EMBASSY, DHA

ເລກບັນຊີ: 9110-171-999

ສະຖານທູດຈະບໍ່ຮັບເງີນຕອນທີ່ເຮົາໄປຍື່ນເອກະສານເດັດຂາດ ຍ້ຳວ່າ “ເດັດຂາດ!”

ຫຼັງຈາກຈ່າຍແລ້ວໃຫ້ກ໋ອປປີ້ ແລະ ຕິດຂັດໃບກ໋ອປປີ້ນັ້ນໄປ 1 ໃບ.

5. ກ໋ອປປີ້ປີ້ຍົນເດີນທາງໄປ ແລະ ກັບ ຈາກປະເທດທີ່ຕົນເອງອາໄສຢູ່ 1 ສະບັບ.

6. ໃບຍັ້ງຍືນທີ່ຢູ່ການຈອງທີ່ພັກ ຢູ່ໃສ ມື້ໃດຫາມື້ໃດ ຢູ່ຈັກມື້ພ້ອມຂຽນບອກໄປນຳ.

7. ໃບຍັ້ງຍືນສະຖານະພະນັກງານຈາກນາຍຈ້າງລະບຸໃຫ້ ແລະ ຍັ້ງງຍືນວ່າການເດີນທາງເເມ່ນເພື່ອຈູດປະສົງໃນການທ່ອງທ່ຽວເທົ່ານັ້ນ.

8. ໃບຍັ້ງຍືນສະຖານະທາງດ້ານການເງີນຈາກທະນາຄານທີ່ເຮົາຟາກເງີນໄວ້ ເປັນບັນຊີເງິນໂດລາ ຢ່າງຕ່ຳ 3 ເດືອນຍ້ອນຫຼັງ.

9. ໃບຍັ້ງຍືນການຊັກຢາກັນ Yellow Fever ກ໋ອປປີ້ ແລະ ຕິດຂັດໄປນຳ.

10. ຕາຕະລາງ ຫຼື ແຜນການທ່ອງທ່ຽວໃນແຕ່ລະມື້ວ່າເຮົາຈະໄປໃສ ມາໃສແນ່ – ໂຕນີ້ຂຽນລະອຽດເລີຍ

11. ໃບຍັ້ງຍືນການເຊື້ອເຊີນຈາກເຈົ້າບ້ານທີ່ອາໄສຢູ່ໃນປະເທດ / ໃບຍັ້ງຍືນສະຖານະທາງດ້ານການເງີນຂອງຜູ້ເຊີນ ພ້ອມທັງລະບຸວ່າຈະຮັບຜິດຊອບເຮົາໃນກໍລະນີທີ່ເກີດຄວາມເສຍຫາຍຕ່າງໆຂື້ນ / ແລະ ໃບຍັ້ງຍືນສັນຊາດຂອງຜູ້ເຊີນ (ຫຼື ບັດປະຈຳໂຕ)

12. ການຍື່ນວີຊ້າຕ້ອງໄດ້ແມ່ນບຸກຄົນໄປຍື່ນ ທາງສະຖານທູດຈະບໍ່ຮັບເອກະສານຈາກບໍລິການຂົນສົ່ງເອກະສານ ໃນກໍລະນີນີ້ເຮົາສາມາດໄປຍື່ນດ້ວຍຕົວເອງຢູ່ປະເທດໄທ ຫຼື ສາມາດຊອກຫາ ” ບຸກຄົນ ຫຼື ບໍລິສັດຮັບເຮັດວີຊ້າ ” ເພື່ອໄປຍື່ນໃຫ້ ແຕ່ບອກໄວ້ເລີຍວ່າບໍລິສັດເອີ້ນຄ່າບໍລິການສູງຫຼາຍ. ໃນກໍລະນີທີ່ໃຫ້ບຸກຄົນໄປຍື່ນໃຫ້ແມ່ນຕ້ອງເຮັດໃບມອບສິດຈາກຜຄ້ສະໝັກ ແລະ ເຊັນຍັ້ງຍືນໃຫ້ບຸກຄົນດັ່ງກ່າວ ຕິດຂັດໄປພ້ອມ.

13. ທະວີບອາຟຣິກາມີຊື່ສຽງໃນຫຼາຍດ້ານ ແລະ ອີກດ້ານໜື່ງກໍຄືຄວາມບໍ່ປອດໄພ (ປານໃດ) ເຮົາຄວນເຮັດປະກັນໄພ ແລະ ກ໋ອປປີ້ຂັດຕິດໄປພ້ອມ. ປະກັນໄພແມ່ນເເອັດມິນເລືອກໃຊ້ຂອງ Travel Nomad ເພາະມັນຄອບຄຸມບັນດາປະເທດທີ່ແອັດມິນເດີນທາງໄປໃນຕອນນັ້ນ ຈະລາຄາຊ່ຳໃດແມ່ນຂື້ນກັບໄລຍະທີ່ເຮົາໄປ ແລະ ບັນດາປະທດທີ່ເຮົາໄປ

14. ການອອກວີຊ້າຈະນຳໃຊ້ເວລາປະມານ 5 ມື້ທາງລັດຖະການ ການຮັບວີຊ້າແມ່ນມີໂມງຈຳກັດ ແລະ ຈະຮັບຟອມແຕ່ຕອນເຊົ້າເທົ່ານັ້ນ. ເຊີ່ງການຂໍວີຊ້າເເມ່ນເຮົາສາມາດຂໍໄດ້ສູງສຸດ 3 ເດືອນກ່ອນມື້ເດີນທາງ.

ຮູບຮ່າງໜ້າຕາຂອງວີຊ້າາາາາາ 😆

ທຸກຄົນສາມາດສົ່ງອີເມວໄປສອບຖາມລ່ວງໜ້າກັບສະຖານທູດໄດ້ ( ແຕ່ເພີ່ນກະຈະຕອບແນ່ບໍ່ຕອບແນ່ ຕ້ອງສ່ຽງງງງງດວງເອົາ 😂 ) ທີ່ຢູ່ອີເມວ: saembbkk@loxinfo.co.th

ປລ2. ເອກະສານທຸກຢ່າງຕ້ອງເປັນພາສາອັງກິດເທົ່ານັ້ນ

ປລ3. ເອກະສານແມ່ນຍື່ນໄປສະຖານທູດອາຟຣິກາໃຕ້ປະຈຳປະເທດໄທ ເພາະຢູ່ລາວບໍ່ມີ

ປລ4. ເຖິງຢ່າງໃດກໍຕາມການປະກອບເອກະສານຄົບ ເຮັາກໍຍັງຕ້ອງສ່ຽງດວງວ່າວີຊ້າຈະຜ່ານຫຼືບໍ່ ແຕ່ສ່ວນຫຼາຍກະຜ່ານແບບງ່າຍໆ ຈິ໋ບໆ.

ປລ6. ສະຖານທູດຕັ້ງຢູ່ທີ່

12th A Floor, M Thai Tower, All Seasons Place, 87 Witthayu Rd, Lumphini, Pathum Wan District, Bangkok 10330, Thailand

ເບີໂທຕິດຕໍ່: +66 2 092 2900

ໝາຍເຫດ: ຂໍ້ມູນດັ່ງກ່າວຂ້າງເຖິງແມ່ນອີງຕາມປະສົບການໂຕຈິງທີ່ໄດ້ໄປຂໍ ແລະໄດ້ວີຊ້າມາ. ກ່ອນຂໍວີຊ້າເເນະນຳໃຫ້ເຂົ້າເບີ່ງລາຍລະອຽດໃນເວັບໄຊ້ຕື່ມເພື່ອມີການປ່ຽນແປງ

ສຸດທ້າຍ ແຕ່ບໍ່ທ້າຍສຸດ ຖ້າໃຜໄດ້ເດີນທາງໄປປະເທດອາຟຣິກາໃຕ້ມາແລ້ວຢ່າລືມມາແບ່ງປັນປະສົບການເລື່ອງລາວຕ່າງໆນຳກັນເດີ້ 😉!

See you next article! ແລ້ວກັບມາອ່ານເລື່ອງຕໍ່ໄປນຳກັນເດີ້!

Leave a Reply

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out /  Change )

Twitter picture

You are commenting using your Twitter account. Log Out /  Change )

Facebook photo

You are commenting using your Facebook account. Log Out /  Change )

Connecting to %s

%d bloggers like this: