Home page

There will always be stories from each place we went to,  no matter how far I go I’ll always bring back the good stories from every corner of the world and share them with you. 


Follow My Blog to hear more from around the world

Get new content delivered directly to your inbox.

Blog Feed

ຢູ່ລາວສັກຢາກັນພະຍາໄຂ້ເຫຼືອງໄດ້ຢູ່ໃສ – Yellow Fever Vaccination

ກ່ອນອື່ນເຮົາມາຮູ້ຈັກກັນກັບໄຂ້ເຫຼືອງກ່ອນວ່າແມ່ນຫຍັງ? ເກີດມາຈາກໃສ? ມາໄດ້ແບບໃດ? ໄຂ້ເຫຼືອງ ເປັນພະຍາດຕິດເຊື້ອໄວຣັສຊະນິດໜື່ງທີ່ມີຍຸງເປັນພາຫະນຳເຊື້ອ ການທີ່ເອີ້ນວ່າ ” ໄຂ້ເຫຼືອງ ” ກໍຍ້ອນວ່າຄົນເຈັບທີ່ຕິດເຊື້ອຈະມີໄຂ້ ແລະ ມີອາການຕົນໂຕເຫຼືອງ ພະຍາດຊະນິດນີ້ແມ່ນມີຢູ່ໃນນຳ້ລາຍຂອງຍຸງ ເຊີ່ງເຫັນມີບອກມາວ່າແມ່ນຍຸງຊະນິດ aedes aegypti ເປັນພາຫະນຳເຊື້ອ (ຊື່ພາສາລາວແມ່ນຫຍັງບໍ່ຮູ້ XD) ພະຍາດໄຂ້ເຫຼືອງນີ້ຈະພົບໄດ້ຫຼາຍໃນ ທະວີບອາຟຣິກາ ແລະ ທະວີບອາເມລິກາໃຕ້, ບໍ່ມີຢາຮັກສາສະເພາະ ແຕ່ມີຢາສັກປ້ອງກັນພະຍາດນີ້ໄດ້ ກໍຄື Yellow Fever Vaccine ຕາມທີ່ໄດ້ເຫັນ ແລະ ອ່ານຂ່າວມາ ຮູ້ສຶກວ່າ ພະຍາດໄຂ້ເຫຼືອງນີ້ແມ່ນມີຕົ້ນກຳເນີດຢູ່ທະວີບອາຟຣິກາ ມາເປັນເວລາຫຼາຍກວ່າ 3,000 ປີແລ້ວ ແລະ ພະຍາດນີ້ໄດ້ແຜ່ລະບາດເຂົ້າໃນປະເທດອາເມລິກາປະມານ 200 ປີກ່ອນ ນອກນັ້ນຍັງແຜ່ລະບາດເຂົ້າໃນທະວີບອາເມລິກາໃຕ້ໃນຊ່ວງທີ່ມີການຄຸດຄອງນ້ຳ ປານາມາ ( Panama Canal ) ເຮັດໃຫ້ມີຜູ້ເສຍຊີວິດເຖິງ 20,000 ຄົນ ( ຈາກພະຍາດໄຂ້ເຫຼືອງ ແລະ ມາລາເລຍ ) …

ປະເທດອາຟຣິກາໃຕ້ 🇿🇦 ຄົນລາວຢາກຂໍວີຊ້າ ຕ້ອງເຮັດແບບໃດ?

ປະເທດອາຟຣິກາໃຕ້ 🇿🇦 ເປັນໜື່ງໃນບັນດາປະເທດໃນທະວີບອາຟຣິກາ ທີ່ນັກເດີນທາງຫຼາຍໆຄົນຈາກຫຼາຍຫຼາຍມຸມໂລກຢາກໄປ ດ້ວຍຄວາມທີ່ເປັນເອກະລັກທາງດ້ານວັດທະນະທຳ, ມີມົນສະເໜ່ທາງດ້ານທຳມະຊາດ ທັງມີປະຫວັດສາດ ເລື່ອງລາວການຕໍ່ສູ້ເພື່ອສິດທິລະຫວ່າງຄົນຜິວສີເຊີ່ງເປັນເຈົ້າຂອງປະເທດ ແລະ ຄົນຕ່າງຊາດທີ່ມາຕັ້ງຫຼັກແຫຼ່ງຢູ່ໃນອາຟຣິກາໃຕ້ເອງ ເຊີ່ງມັນອາດຈະເປັນເລື່ອງງ່າຍສຳຫຼັບນັກທ່ອງທ່ຽວຕ່າງປະເທດທີ່ Passport ຂອງເຂົາເຈົ້າອະນຸຍາດໃຫ້ເດີນທາງເຂົ້າໄປໃນອາຟຣິກາໄດ້ແບບເສລີໂດຍບໍ່ຕ້ອງຂໍ Visa ແລະ ເປັນເວລາດົນເຖິງ 30 ຫາ 90ມື້ ແຕ່ສຳຫຼັບ ຄົນລາວ ທີ່ຖື Passport ລາວ ທີ່ອະນຸຍາດໃຫ້ເຂົ້າປະເທດອື່ນໄດ້ເເບບບໍ່ໃຊ້ Visa ພຽງແຕ່ 18 ປະເທດເທົ່ານັ້ນ! ເເລ້ວເຮົາຈະຂໍວີຊ້າເຂົ້າປະເທດອາຟຣິກາໃຕ້ໄດ້ແບບໃດ? ມື້ນີ້ One life, spend it wise ຈະມາແບ່ງປັນປະສົບການ ການຂໍວີຊ້າເຂົ້າປະເທດອາຟຣິກາໃຕ້ ແບບ Single Entry Visa for Tourist – ວີຊ້າເຂົ້າຄັ້ງດຽວແບບນັກທ່ອງທ່ຽວ ຈະເປັນແບບໃດມາລອງເບີ່ງໄປນຳກັນເນາະທຸກຄົນ~ ການຂໍວີຊ້າເຂົ້າປະເທດອາຟຣິກາໃຕ້ງ່າຍໜ້ອຍດຽວ (ຂໍບອກໄວ້ເລີຍວ່າງ່າຍໜ້ອຍດຽວແທ້ໆ😅 ເຫຼືອນັ້ນຈະເປັນຫຍຸ້ງໆ) ພຽງແຕ່ກຽມສີ່ງເລົ່ານີ້ໃຫ້ຄົບກໍຍື່ນເອກະສານໄດ້ ! 1. ພາສປ໋ອດຫົວເເທ້ – …

Contact

Instagram: amikolovestraveling

Facebook Page: One Life, Spend It wise

email: onelifespenditwise@gmail.com